ການເມືອງ[ແກ້ໄຂ]
ໂຄງປະກອບລະບົບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີ ພັກປະຊາຊົນປະຕິວັດລາວ, ລັດ ສປປລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາກົນໄກ ແລະ ລະບອບລະບຽບ ໄປຄຽງຄູ່ກັນ. ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ເຊິ່ງເປັນພັກທີ່ໄດ້ນຳພາປະຊາຊົນບັນດາເຜົ່າ ຕ້ານຈັກກະພັດ ຜູ້ຮຸກຮານ ແລະ ໄດ້ຮັບໄຊຊະ ນະໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກຳປະຫວັດສາດ ປົກປັກຮັກສາ-ສ້າງສາປະເທດຊາດ ແລະບູລະນະລະບອບປະຊາທິປະໄຕປະຊາຊົນກ້າວ ສູ່ສັງຄົມນິຍົມ ເທື່ອລະກ້າວແນໃສ່ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳ. ພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນກອງປະຊຸມໃຫຍ່ແລ້ວ 10 ຄັ້ງ, ແຕ່ລະຄັ້ງໄດ້ມີບົດລາຍງານການເມືອງວາງແຜນແນວທາງຍຸດທະສາດແຕ່່ລະສະໄໝ ແລະ ເລືອກຜູ້ນຳຍຸດທະສາດ ແຕ່ລະຄັ້ງ ແລະ ຮັບຮອງເອົາກົດລະບຽບຂອງພັກ. ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ແລະ ປະທານ ຄະນະບໍລິຫານ ງານສູນກາງພັກ ແຕ່ຄັ້ງທີ 1-5, ຈາກນັ້ນໄດ້ເລືອກຕັ້ງ ທ່ານ ຄຳໄຕ ສີພັນດອນ ເປັນປະທານພັກ ແລະ ທ່ານ ຈຸມມະລີ ໄຊຍະສອນ ແມ່ນເລຂາທິການໃຫຍ່ຂອງພັກ ຄົນປະຈຸບັນ. ການຈັດຕັ້ງ ຂອງພັກມີ 4 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ ເຊິ່ງເປັນແກນນຳໃຫ້ແກ່ຂະບວນການການຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ.
ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແມ່ນລັດປະຊາທິປະໄຕປະຊາຊົນ. ອຳນາດທັງໝົດເປັນຂອງປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫຼັກແຫລ່ງ. ໂດຍມີ ປະທານປະເທດ ເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງຫນ້າໃຫ້ປະຊາ ຊົນລາວ ບັນດາເຜົ່າ ທັງຢູ່ພາຍໃນແລະຕ່າງປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຢ່າງຫນ້ອຍ 2/3 ຂອງຈຳນວນສະມາ ຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການ 5 ປີ. ປະຈຸບັນແມ່ນ ທ່ານ ບຸນຍັງ ວໍລະຈິດ ດຳລົງຕຳແຫນ່ງເປັນປະທານປະເທດ. ລັດ ປະຊາທິປະໄຕປະຊາຊົນ ປະກອບດ້ວຍ 3 ອຳນາດຄື: ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າ, ເປັນອົງການອຳນາດ ແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງ ບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການ ເຄື່ອນໄຫວຂອງອົງການບໍລິຫານ, ສານປະ ຊາຊົນ ແລະ ອົງການໄອຍະການປະຊາຊົນ. ການກໍ່ສ້າງ ແລະ ປັບປຸງກົດຫມາຍມາຮອດປະຈຸບັນ ມີທັງ ຫມົດ 58 ສະບັບ. ສະພາແຫ່ງຊາດແຕ່ລະ ຊຸດມີອາຍຸ ຸການ 5 ປີ. ປະຈຸບັນແມ່ນສະແຫ່ງຊາດຊຸດທີ V ໂດຍແມ່ນທ່ານ ສະຫມານວິຍະເກດ ເປັນປະທານ.ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການ ປະຕິບັດຫນ້າທີ່ຂອງລັດໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ, ຄວາມສະຫງົບ ແລະ ການຕ່າງປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າກະຊວງ. ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ປະຈຸບັນ ແມ່ນ ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະ ມົນຕີ ໂດຍໄດ້ຮັບການແຕ່ງຕັ້ງຈາກປະ ທານປະເທດ ພາຍຫຼັງສະພາແຫ່ງຊາດຮັບຮອງເອົາແລ້ວ.
ອົງການຈັດຕັ້ງທີ່ສຳຄັນຂອງລັດ[ແກ້ໄຂ]
- ພັກປະຊາຊົນປະຕິວັດລາວ
- ສະພາແຫ່ງຊາດ
- ແນວລາວສ້າງຊາດ
- ສະຫະພັນກຳມະບານ
- ສະຫະພັນແມ່ຍິງ
- ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ການຈັດຕັ້ງ ແລະ ການບໍລິຫານ[ແກ້ໄຂ]
- ຫຼາຍບ້ານລວມກັນເປັນ ເມືອງ
- ຫຼາຍເມືອງລວມກັນເປັນ ແຂວງ
- ຫຼາຍແຂວງລວມກັນເປັນ ປະເທດ
- ຄະນະກຳມະການປົກຄອງບ້ານ ມີນາຍບ້ານເປັນຫົວໜ້າຜູ້ບໍລິຫານບ້ານ
- ຄະນະກຳມະການປົກຄອງເມືອງ ມີເຈົ້າເມືອງເປັນຫົວໜ້າຜູ້ບໍລິຫານເມືອງ
- ຄະນະກຳມະການປົກຄອງແຂວງ ມີເຈົ້າແຂວງເປັນຫົວໜ້າຜູ້ບໍລິຫານແຂວງ
- ຄະນະກຳມະການປົກຄອງນະຄອນຫຼວງ ມີເຈົ້າຄອງນະຄອນຫຼວງເປັນຜູ້ບໍລິຫານນະຄອນຫຼວງ
- ລະດັບສູນກາງ ມີກະຊວງ ຄະນະກຳມະການເປັນຜູ້ເບິ່ງແຍງ ແລະ ບໍລິຫານ
1213
ກອງທັບລາວ[ແກ້ໄຂ]
ເບິ່ງບົດຄວາມທີ່ວ່າ ກອງທັບປະຊາຊົນສປປລາວ
ເສດຖະກິດຂອງລາວ[ແກ້ໄຂ]
ສະພາບເສດຖະກິດ-ສັງຄົມ[ແກ້ໄຂ]
ການພັດທະນາເສດຖະກິດ-ສັງຄົມ 5 ປີ (2006—2010): ຕົວເລກເສດຖະກິດແຫ່ງຊາດມີການເຕີບໂຕລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ບັນລຸ 219.853 ຕື້ກີບລະດັບເຕີບໂຕສະເລ່ຍ 7,9% ຕໍ່ປີຂະນະທີ່ຕົວເລກການລົງທຶນທັງຫມົດບັນລຸເກືອບ 62 ພັນຕື້ກີບ.
ໂຄງປະກອບເສດຖະກິດກໍ່ໄດ້ຫັນປ່ຽນຕາມທິດເຫັນເປັນອຸດສາຫະກຳ ແລະ ກົນໄກຕະຫຼາດ, ໃນນັ້ນ ຈີດີພີ ໃນຂະແຫນງກະສິກຳ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 4% ກວມເອົາ 30,4%, ອຸດສາຫະກຳເພີ່ມຂຶ້ນສະເລ່ຍ 12,6% ກວມເອົາ 26% ແລະ ບໍລິການເພີ່ມຂຶ້ນສະເລ່ຍ 8,4% ກວມເອົາ 37,2% ຂອງຈີດີພີ ມີການລົງທຶນທັງຫມົດປະມານ 62 ພັນຕື້ກີບທຽບໃສ່ແຜນ ການ 5 ປີ ຄັ້ງທີ V ເພີ່ມຂຶ້ນສອງເທົ່າ, ໃນນັ້ນຈາກງົບປະມານລັດ 3.980 ພັນຕື້ກີບ, ຈາກທຶນການຊ່ວຍເຫຼືອທາງການເພື່ອການໂ (ODA) 20,76 ພັນຕື້ກີບ ແລະ ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 37,26 ພັນຕື້ກີບ.
ການຜະລິດເຂົ້າສະເລ່ຍໄດ້ 2,9 ລ້ານໂຕນຕໍ່ປີ, ສາລີໄດ້ 760.000 ໂຕນ, ອ້ອຍໄດ້ 703.000 ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 9,4% ຕໍ່ປີ, ມີ 24.331 ຫົວຫນ່ວຍກວມ 19,2% ຂອງຈຳນວນວິສາຫະກິດທັງຫມົດ.
ເຂື່ອນໄຟຟ້າທັງຫມົດມີ 24 ແຫ່ງ ແລະ ເຂື່ອນຂະໜາດນ້ອຍອີກ 15 ແຫ່ງ ມີກຳລັງຕິດຕັ້ງ 3.217,6 ເມກາວັດ, ມີສາຍສົ່ງ ໄຟຟ້າທັງຫມົດຍາວ 19.503 ກິໂລແມັດ. ຂຸດຄົ້ນ ແລະ ຫຼອມຄຳແທ່ງບັນລຸ 38,01 ໂຕນ, ທອງແຜ່ນ 321.487 ໂຕນ ແລະ ທອງຝຸ່ນ 585.607 ໂຕນ. ການສ້າງເສັ້ນທາງສະເລ່ຍເພີ່ມຂຶ້ນ 4,6% ຕໍ່ປີ ຫຼືປະມານ 1.846 ກິໂລແມັດຕໍ່ປີ, ປະຈຸບັນທາງມີຄວາມຍາວທັງຫມົດ 39.568 ກິໂລແມັດ ມີນັກທ່ອງທ່ຽວເຂົ້າມາລາວ 8,79 ລ້ານເທື່ອຄົນ ສະເລ່ຍ 1,55 ລ້ານ ຄົນຕໍ່ປີ ເພີ່ມຂຶ້ນສະເລ່ຍ 15,8% ຕໍ່ປີ ແລະ ສ້າງລາຍຮັບສະເລ່ຍໄດ້ 258,04 ລ້ານໂດລາສະຫະລັດຕໍ່ປີ.
ທາງດ້ານການເກັບລາຍຮັບງົບປະມານ ກໍ່ສາມາດບັນລຸໄດ້ 38.658,26 ຕື້ກີບ ເທົ່າກັບ 17,6% ຂອງຈີດີພີ, ລາຍຈ່າຍ 48.116,41 ຕື້ກີບ ເທົ່າກັບ 21,9% ຂອງຈີດີພີ ເທົ່າກັບ 97% ຂອງແຜນການ; ພ້ອມກັນນັ້ນ ການສົ່ງອອກກໍ່ບັນລຸ 5,69 ຕື້ໂດລາ,ການນຳເຂົ້າ 6,61 ຕື້ໂດລາສະຫະລັດ, ຂາດດຸນ 0,92 ຕື້ໂດລາສະຫະລັດ ເທົ່າກັບ 3,8% ຂອງຈີດີພີ.
(ສະເພາະປີສຸດທ້າຍຂອງການປະຕິບັດແຜນການ 5 ປີ ຄັ້ງທີ VI ຈີດີພີບັນລຸ 7,9%, ເຊິ່ງປີ 2010 ຜ່ານມາສະຫະປະຊາຊາດໄດ້ ຕີລາຄາວ່າ ສປປ ລາວ ເປັນ 1 ໃນ 10 ປະເທດເສດຖະກິດຂະຫຍາຍຕົວສູງຂອງໂລກ).
ການລົງທຶນ[ແກ້ໄຂ]
ລັດຖະບານລາວ ຈະສືບຕໍ່ນະໂຍບາຍ ສົ່ງເສີມ ການມີສ່ວນຮ່ວມຂອງທຸກພາກສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ທັງພາກລັດ ແລະ ເອກະຊົນ, ພາຍໃນ ແລະ ຕ່າງປະເທດ; ພ້ອມກັນນັ້ນ ກໍຈະປັບປຸງ ສະພາບແວດ ລ້ອມການລົງທຶນ ໃຫ້ດີຂຶ້ນຕື່ມອີກ ທັງໃນດ້ານພື້ນຖານໂຄງລ່າງ ແລະ ດ້ານການບໍລິການ, ດ້ານນິຕິກຳ ແລະ ດ້ານລະບຽບການພິຈາລະນາອະນຸມັດ. ກ່ອນອື່ນຈະໄດ້ອອກດຳລັດວ່າດ້ວຍການຈັດຕັ້ງ ປະຕິບັດກົດໝາຍລົງທຶນ ສະບັບປັບປຸງໃໝ່ ໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ໂປ່ງໄສ. ການລົງທຶນຢູ່ ສປປ ລາວ ຍັງມີຫຼາຍ ເປັນຕົ້ນ ແມ່ນໃນ ຂົງເຂດ ການຜະລິດ ແລະ ປຸງແຕ່ງກະສິກຳ ຫຼື ກະສິກຳ- ອຸດສາຫະກຳ; ຂົງເຂດພະລັງງານໄຟຟ້ານ້ຳຕົກ ແລະ ໄຟຟ້າຄວາມຮ້ອນ, ພະລັງງານຊີວະພາບ ແລະ ພະລັງງານທົດແທນ, ຂົງເຂດການຂຸດຄົ້ນ ແລະ ປຸງແຕ່ແຮ່ທາດ ໃນນັ້ນ ລວມທັງແຮ່ທາດປະເສີດ ແລະ ແຮ່ທາດທີ່ຫາຍາກ; ຂົງເຂດການບໍລິການໂຮງແຮມ ແລະ ທ່ອງທ່ຽວ; ການຂົນສົ່ງ ແລະ ລະບົບ logistic, ຕະຫຼອດ ທັງຂົງເຂດການສຶກສາ ວິຊາຊີບ ແລະ ການບໍລິການດ້ານສາທາລະນະສຸກ ທີ່ທັນສະໄຫມ.
ຕະຫຼາດຫຼັກຊັບ[ແກ້ໄຂ]
ຕະຫຼາດຫຼັກຊັບແຫ່ງທຳອິດຂອງລາວ ໄດ້ເປີດຢ່າງເປັນທາງການໃນວັນທີ 10.10.2010 ເວລາ 10.10 ນາທີ,ສຳລັບວັນເປີດການຊື້-ຂາຍ ຢ່າງເປັນທາງການແມ່ນວັນທີ 11.1.2011 ເວລາ 11:11 ນາທີ ນີ້ຢູ່ຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ບັນດາຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຄະນະຄຸ້ມຄອງຫຼັກຊັບຫວຽດນາມ, ສ. ເກົາຫຼີ, ໄທ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ. ໂດຍເບື້ອງຕົ້ນມີ 2 ບໍລິສັດເຂົ້າມາຈົດທະບຽນຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນຖືຮຸ້ນ 20 ລ້ານກວ່າຮຸ້ນ,8.000 ກີບຕໍ່ຮຸ້ນ, ບໍລິສັດຜະລິດໄຟຟ້າມະຫາຊົນຖືຮຸ້ນ 200 ກວ່າລ້ານຮຸ້ນ, 4.700 ກີບຕໍ່ຮຸ້ນ. ຄາດວ່າ ຈະມີອີກ 10 ກວ່າບໍລິສັດເຂົ້າມາຈົດທະບຽນຕະຫຼາດຫຼັກຊັບ ແຫ່ງທຳອິດດ້ວຍ.
ການຮ່ວມມືໃນພູມມີພາກ[ແກ້ໄຂ]
- ອາຊຽນ ລາວເຂົ້າເປັນສະມາຊິກອາຊຽນເມື່ອວັນທີ 23 ກໍລະກົດ 1997 ແລະ ໄດ້ເປັນປະທານ ຄະນະກຳມະການອາຊຽນເມື່ອປີ 2004.
- ຍຸດທະສາດຄວາມຮ່ວມມືທາງດ້ານເສດຖະກິດອິລະວະດີ-ເຈົ້າພະຍາ-ແມ່ນ້ຳຂອງ (Ayeyawady-Chao Phraya-Mekong Economic Cooperation Strategy — ACMECS)
- ຄວາມຮ່ວມມືສາມຫຼ່ຽມມໍລະກົດ
ການຄ້າ[ແກ້ໄຂ]
ດ້ານການຄ້າ ອັນພົ້ນເດັ່ນແມ່ນໄດ້ປັບປຸງ ແລະ ຫັນເອົາຫົວຫນ່ວຍທຸລະກິດເຂົ້າສູ່ການຈັດຕັ້ງ, ມີການນຳພາ ແລະ ເຄື່ອນໄຫວເຂົ້າສູ່ລະບົບລະບຽບ, ຕັ້ງເປັນກຸ່ມຕາມໝວດສິນຄ້າ ແລະ ເຄື່ອນໄຫວ ໃຫ້ຕິດພັນກັບການປະຕິບັດ ແຜນດູນສິນຄ້າຢ່າງເຂັ້ມງວດ, ເຮັດໃຫ້ມາດຕະການຄຸ້ມຄອງຂາອອກ-ຂາເຂົ້າ ໄດ້ຮັບການປະຕິບັດດີຂຶ້ນ, ອັດຕາສ່ວນການຂາດດູນການຄ້າກັບຕ່າງປະເທດ ໄດ້ຫຼຸດລົງ ຂາອອກ ໄດ້ຮັບການສົ່ງເສີມ ແລະ ເພີ່ມຂຶ້ນໃນແຕ່ລະປີ, ຊຶ່ງມີຕົວເລກສະແດງອອກ ດັ່ງນີ້: ສົກປີ 1990—1991 ຂາເຂົ້າປະຕິບັດໄດ້ 249,18 ລ້ານໂດລາ, ຂາອອກ 137 ລ້ານໂດລາ; ສົກປີ 2000—2001 ຂາເຂົ້າປະຕິບັດໄດ້ 528,271 ລ້ານໂດລາ, ຂາອອກ 324,885 ລ້ານ ໂດລາ; ສົກປີ 2004—2005 ຂາເຂົ້າຄາດຄະເນປະຕິບັດໄດ້ 596 ລ້ານໂດລາ ແລະ ຂາອອກ ຄາດຄະເນປະຕິບັດໄດ້ 420 ລ້ານໂດລາ. ຂອດຂັ້ນ ແລະ ອຸປະສັກຕ່າງໆ ໃນການດຳເນີນ ທຸລະກິດ ຄ່ອຍໆໄດ້ຮັບການແກ້ໄຂເປັນກ້າວໆ, ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ເຮັດຂາເຂົ້າ-ຂາອອກ ຫັນມາເຮັດການຜະລິດ ເປັນສິນຄ້າ. ລາຄາສິນຄ້າປະເພດຕ່າງໆ ໂດຍສະເພາະແມ່ນສິນຄ້າຍຸດທະສາດ ແລະ ສິນຄ້າຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຕິດຕາມ, ກວດກາ, ຄຸ້ມຄອງໃຫ້ດີຂຶ້ນກວ່າເກົ່າ. ການຄຸ້ມຄອງຕາມຂະແໜງການໄດ້ຮັບການຈັດຕັ້ງປະຕິບັດນັບມື້ດີ ຂຶ້ນ. ໄດ້ສົມທົບກັບຂະແຫນງການ ແລະ ທ້ອງຖິ່ນໃນການສ້າງໂຄງການຜະລິດເປັນສິນຄ້າ, ໄດ້ມີການປົກປ້ອງການຜະລິດພາຍໃນສຳລັບບາງປະເພດສິນຄ້າ,ໄດ້ວາງມາດຕະການຕ້ານ ແລະ ສະກັດກັ້ນ ການຄ້າຂາຍ ນອກລະບົບ, ການຄຸ້ມຄອງຮ້ານຄ້າປອດພາສີ, ລະບຽບການນຳເຂົ້າ ແລະ ອື່ນໆ. ໝຸນໃຊ້ວິທີການເພື່ອເຈາະຕະຫຼາດຕ່າງປະເທດ ໃຫ້ແກ່ສິນຄ້າລາວ ດ້ວຍຫຼາຍ ຮູບການ: ດຳເນີນການເຈລະຈາ ແລະ ເຊັນສັນຍາການຄ້າກັບຫຼາຍປະເທດ, ຈັດການ ພົບປະຜູ້ແທນຂັ້ນສູງໃນລະດັບມະຫາພາກເປີດໂອກາດໃຫ້ມີການພົບປະລະຫວ່າງນັກ ທຸລະກິດລາວ ກັບ ນັກທຸລະກິດ ແລະ ນັກລົງທຶນຂອງຕ່າງໆປະເທດ ເພື່ອຊອກຊ່ອງທາງພົວພັນຄ້າຂາຍ ແລະ ຮ່ວມມືກັນດ້ານການຜະລິດ, ເຈລະຈາຕໍ່ລອງຍາດແຍ່ງເອົາສິດທິພິເສດ ດ້ານການຄ້າກັບ ບັນດາປະເທດສະຫະພາບ ເອີລົບ (EU), ການພົວພັນການຄ້າແບບປົກກະຕິ ກັບສະຫະລັດ ອາເມລິກາ (NTR), ເຈລະຈາ ກັບປະເທດໃກ້ຄຽງ ເພື່ອໃຫ້ຊ່ວຍຮັບເອົາສິນຄ້າຂອງລາວ, ເຂົ້າຮ່ວມວາງສະແດງສາກົນ ລະດັບຕ່າງໆ ເພື່ອມີໂອກາດສະເໜີສິນຄ້າຂອງລາວ ຕໍ່ຊາວໂລກ, ສ້າງສູນສົ່ງເສີມ ການຄ້າລາວ ໂດຍນຳໃຊ້ລະບົບອິນເຕີເນັດເຂົ້າຊ່ວຍ ໃນການເກັບກຳ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃນວຽກງານການຄ້າກັບຕ່າງປະເທດ, ໄດ້ປະຕິບັດສັນຍາການຮ່ວມມືວ່າດ້ວຍ ເຂດການຄ້າເສລີອາຊຽນ (AFTA) ແລະ ໄດ້ເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ (WTO) ໃນວັນທີ 2 ກຸມພາ ປີ 2013. ຄາດຫມາຍສູ້ຊົນຕົ້ນຕໍຂອງວຽກງານການຄ້າໃນຕໍ່ຫນ້າແມ່ນການສົ່ງອອກໃນແຜນການ 2006-2010 ສູ້ຊົນໃຫ້ຂະຫຍາຍຕົວສະເລ່ຍໃນອັດຕາ 15,8% ຕໍ່ປີ, ອັດຕາການຂະຫຍາຍ ຕົວດ້ານການນຳເຂົ້າແຕ່ປີ 2006-2010 ຄາດຄະເນໃຫ້ມີການຂະຫຍາຍຕົວໃນລະດັບ 8% ຕໍ່ປີ, ເຮັດໃຫ້ມູນຄ່າຂາອອກ-ຂາເຂົ້າມີຄວາມສົມດູນກັນໃນປີ 2010.
ສື່ສານມວນຊົນ[ແກ້ໄຂ]
ສັງຄົມ[ແກ້ໄຂ]
ປະຊາກອນ[ແກ້ໄຂ]
ປະຊາກອນລາວ ປະກອບມີ 3 ຊົນເຜົ່າໃຫຍ່ ແລະ 49 ຊົນເຜົ່ານ້ອຍ ປະຊາກອນສ່ວນຫຼາຍນັບຖືສາສະໜາພຸດ, ສາສະໜາກຣີດ ແລະ ສາສະໜາບັນພະບູລຸດ.
ໂຄງສ້າງດ້ານເພດ[ແກ້ໄຂ]
ຕາມຕົວເລກຂອງຈຳນວນປະຊາກອນລາວ ໃນປີ 2008 ເພດຍິງມີຈຳນວນຫຼາຍເຖິງ 3.007.339 ຄົນ ເຊິ່ງເທົ່າກັບ 50.11% ແລະ ເພດຊາຍ 2.993.041 ຄົນ ເທົ່າກັບ 49.81%
ໂຄງສ້າງດ້ານອາຍຸ[ແກ້ໄຂ]
ໃນຈຳນວນພົນລະເມືອງລາວ 6,588,447 ຄົນ (ຂໍ້ມູນ ປະຈຳປີ 2016ຂອງກະຊວງປ້ອງກັນຄວາມສະຫງົບ), ໝວດອາຍຸແຕ່ 0 ຫາ 14 ປີ ກວມອັດຕາສ່ວນເຖິງ 37.8%, ໝວດອາຍຸແຕ່ 15 ຫາ 59 ປີ ມີ 56.5% ແລະ ໝວດອາຍຸແຕ່ 60 ປີຂື້ນໄປ ມີພຽງແຕ່ 6%. ກຸ່ມອາຍຸຕ່ຳຫາປານກາງກວມອັດຕາສ່ວນສູງຄືແນວນີ້ ບົ່ງບອກໃຫ້ຮູ້ວ່າປະຊາກອນລາວແມ່ນ ປະຊາກອນໜຸ່ມ ແລະ ສ່ວນວ່າກຸ່ມຄົນສູງອາຍຸ ມີພຽງແຕ່ 6% ນັ້ນ ສະແດງວ່າຄົນລາວມີອາຍຸຍືນສະເລ່ຍ ຕ່ຳ 64 ປີ (ຊາຍ 66 ປີ ແລະ ຍິງ 63 ປີ).
ໂຄງສ້າງດ້ານອາຊີບ[ແກ້ໄຂ]
ກຸ່ມຄົນທີ່ຢູ່ໃນໄວອອກແຮງງານ ຫຼື ໄວກຳລັງແຮງງານແມ່ນກຸ່ມຄົນຜູ້ມີອາຍຸແຕ່ 15 ຫາ 60 ປີ ເຊ່ິງກວມເອົາອັດຕາເຖິງ 56.5% ຂອງພົນລະເມືອງທັງໝົດ. ໃນຈຳນວນຜູ້ອອກແຮງງານທັງໝົດນັ້ນ, ເຫັນວ່າຜູ້ຜະລິດ ໂດຍກົງກວມເອົາອັດຕາສ່ວນຫຼາຍກວ່າໝູ່ ເຊ່ິງໃນນັ້ນ ຊາວກະສິກອນມີ 85% ແລະ ກຳມະກອນ-ວິສາວະກອນ ມີ 9%. ສ່ວນທີ່ເຫຼືອນັ້ນແມ່ນຜູ້ຜະລິດໂດຍທາງອ້ອມ (ພະນັກງານບໍລິຫານ, ຜູ້ບໍລິການ, ສຶກສາ, ວັດທະນະທຳ, ສາທາລະນະສຸກ) ແລະ ພາກສ່ວນທີ່ບໍ່ມີອາຊີບແນ່ນອນ.
ໂຄງສ້າງດ້ານຊົນເຜົ່າ[ແກ້ໄຂ]
- ໃນປັດຈຸບັນ ສປປ ລາວ ມີ 1 ຊົນຊາດ ຄື ຊາດລາວ, ມີ 49 ຊົນເຜົ່າ, ມີ 114 ກວ່າ ເຜົ່າຊົນ ແລະ ມີ 4 ໝວດພາສາ ມີດັ່ງນີ້:
- ໝວດທີ່ໃຊ້ພາສາຕະກູນ ລາວ-ໄຕ ຄື: ລາວ, ຜູ້ໄທ, ພວນ, ໄທດຳ, ໄທຂາວ, ລື້, ຍວນ, ແຊກ, ເມີ້ຍ, ກະດາບ, ຢັ້ງ, ໂຢ້ຍ, ຍໍ. ບັນດາຊົນເຜົ່າເຫຼົ່ານີ້ ສ່ວນຫຼາຍອາໄສຢູ່ຕາມເຂດລ້ອງແມ່ນ້ຳສາຍ.
ຕ່າງໆ. ເປັນຕົ້ນແມ່ນລ້ອງແມ່ນ້ຳຂອງ ໂດຍກວມເອົາ 55% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວປະເທດ.
- ໝວດທີ່ໃຊ້ພາສາຕະກູນ ມອນ-ຂະແມ: ປະກອບດ້ວຍເຜົ່າຂະມຸ(ກືມມຸ), ລະເມດ, ລະເວນ, ລະແວ, ສ່ວຍ, ມະກອງ, ປະໂກະ, ແຍະ, ຍະເຫີນ, ເຈັງ, ສະລັກ, ຕະໂອ້ຍ,ເມ່ືອງ (ມອນ), ຕຸມ, ສະລາງ, ຕີ, ສີລາ, ງວນ, ງີ້ວ ເຊິ່ງກວມອັດຕາສ່ວນ 27% ຂອງຈຳນວນປະຊາກອນທັງໝົດ ແລະ ອາໄສຢູ່ພູພຽງທາງພາກໃຕ້ ແລະ ຢູ່ລຽບສາຍພູຫຼວງເປັນສ່ວນຫຼາຍ.
- ໝວດທີ່ໃຊ້ພາສາຕະກູນ ມົ້ງ-ຢ້າວ: ເຜົ່າມົ້ງ (ຂາວ, ດຳ, ລາຍ, ແດງ), ຢ້າວ, ແລນແຕນ, ອາຂາ, ປີລູ, ໂອມາ, ເອີຢາ, ລູມາ. ເຊິ່ງອາໄສຢູ່ພູສູງທາງພາກເໜືອເປັນສ່ວນຫຼາຍ.
- ໝວດທີ່ໃຊ້ພາສາຕະກູນ ຈີນ-ຕິເບດ: ກໍ້, ກຸ່ຍ, ສີດາ, ພູນ້ອຍ,ມູເຊີ, ຮາຍີ, ໂລໂລ, ຫໍ້. ເຊິ່ງອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ແລະ ມຽນມາ (ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ).
ນອກຈາກ 4 ໝວດພາສາດັ່ງກ່າວແລ້ວ ພົນລະເມືອງລາວຍັງປະກອບດ້ວຍຊາວຕ່າງດ້າວອີກຈຳນວນໜຶ່ງເຊັ່ນ: ຫວຽດນາມ,ຈີນ, ໄທ, ອິນເດຍ. ເປັນຕົ້ນ ເຊິ່ງສ່ວນຫຼາຍອາໄສຢູ່ຕາມຕົວເມືອງໃຫຍ່ ແລະ ມາຮອດ ປັດຈຸບັນ ຈຳນວນໜຶ່ງກໍໄດ້ປ່ຽນສັນຊາດ ເປັນພົນລະເມືອງລາວຢ່າງຖາວອນແລ້ວ.
| ຈໍານວນ | ຊື່ແຂວງ | ເນື້ອທີ່ ກມ² | ຈຳນວນ ປະຊາກອນ | ຍິງ | ຊາຍ | ຄວາມໜາແໜ້ນ ຄົນ/ກມ² |
|---|---|---|---|---|---|---|
| 1 | ອັດຕະປື | 10.320 | 121.134 | 61.740 | 59.394 | 12 |
| 2 | ບໍ່ແກ້ວ | 6.196 | 157.422 | 79.116 | 78.306 | 25 |
| 3 | ບໍລິຄຳໄຊ | 14.863 | 248.378 | 122.738 | 125.641 | 17 |
| 4 | ຈຳປາສັກ | 15.415 | 634.756 | 319.886 | 314.870 | 41 |
| 5 | ຫົວພັນ | 16.500 | 302.809 | 150.095 | 152.714 | 18 |
| 6 | ຄໍາມ່ວນ | 16.315 | 360.304 | 183.070 | 177.234 | 22 |
| 7 | ຫຼວງນ້ຳທາ | 9.325 | 156.667 | 79.109 | 77.558 | 17 |
| 8 | ຫຼວງພະບາງ | 16.875 | 431.439 | 215.440 | 215.999 | 26 |
| 9 | ອຸດົມໄຊ | 15.370 | 285.874 | 143.161 | 142.713 | 19 |
| 10 | ຜົ້ງສາລີ | 16.270 | 172.286 | 85.830 | 86.456 | 11 |
| 11 | ໄຊຍະບູລີ | 16.839 | 360.195 | 178.301 | 181.893 | 22 |
| 12 | ສາລະວັນ | 10.691 | 349.478 | 177.856 | 171.622 | 33 |
| 13 | ສະຫວັນນະເຂດ | 21.774 | 874.660 | 442.866 | 431.794 | 40 |
| 14 | ເຊກອງ | 7.665 | 92.624 | 46.749 | 45.830 | 12 |
| 15 | ນະຄອນຫຼວງວຽງຈັນ | 3.920 | 740.010 | 370.293 | 369.717 | 189 |
| 16 | ວຽງຈັນ | 22.554 | 454.660 | 223.392 | 231.269 | 20 |
| 17 | ຊຽງຂວາງ | 16.358 | 257.683 | 127.652 | 130.031 | 16 |
ແຂວງທີ່ມີປະຊາກອນຫຼາຍກວ່າໝູ່ແມ່ນ ແຂວງສະຫວັນນະເຂດ (874.660 ຄົນ), ແຂວງທີ່ມີປະຊາກອນໜ້ອຍກວ່າໝູ່ແມ່ນ ແຂວງເຊກອງ (92.624 ຄົນ, ແຂວງທີ່ມີອັດຕາຄວາມໜາແໜ້ນ ສະເລ່ຍຫຼາຍກ່ວາໝູ່ແມ່ນ ນະຄອນຫຼວງວຽງຈັນ (189ຄົນ/ກມ²), ແຂວງທີ່ມີອັດຕາຄວາມໜາແໜ້ນໜ້ອຍກວ່າໝູ່ແມ່ນ ແຂວງຜົ້ງສາລີ (11ຄົນ/ກມ²), ແຂວງທີ່ມີເນື້ອທີ່ຫຼາຍກວ່າໝູ່ແມ່ນແຂວງວຽງຈັນ (22.554 ກມ²) ແລະ ແຂວງທີ່ມີເນື້ອທີ່ໜ້ອຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ (3.920 ກມ²).
--183.182.103.136 ໑໐:໕໘, ໓ ສິງຫາ ໒໐໑໓ (UTC)
ພາສາ[ແກ້ໄຂ]
- ເບິ່ງຕື່ມຢູ່ ພາສາລາວ
ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວເຊິ່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ
ຄວາມເປັນມາຂອງພາສາລາວ[ແກ້ໄຂ]
ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.
ສາສະໜາ[ແກ້ໄຂ]
ຄົນລາວສ່ວນຫຼາຍນັບຖື ສາສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຖັດຈາກ ສາສະໜາພຸດ ແມ່ນ ສາສະໜາ ບັນພະບູລຸດຂອງຊົນເຜົ່າມົ້ງ ຊຶ່ງກວມເອົາ ປະມານ 15% ໃນຂອບເຂດທົ່ວປະເທດ. ນອກຈາກນີ້ແລ້ວ ຍັງມີຊົນເຜົ່າກຸ່ມນ້ອຍອື່ນໆ ລວມທັງເຜົ່າລາວຈຳນວນໜຶ່ງ ນັບຖືສາສະໜາຄິດ ແລະ ອິສະລາມ ແຕ່ວ່າ ກວມເອົາອັດຕາສ່ວນໜ້ອຍຫຼາຍ. ສຳລັບ ສາສະໜາຄິດແລ້ວ, ສ່ວນຫຼາຍ ຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມ ທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາສະໜາອິສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ (ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາສະໜາ: ສາສະໜາພຸດ ນິກາຍເຖລະວາດ 60%
ວັດທະນະທຳ[ແກ້ໄຂ]
ພຸດທະສາສະໜານິກາຍເຖລະວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ເຊິ່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ເຊິ່ງເປ້ນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫານຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.
ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ
ແຄນລາວ ມໍລະດົກໂລກ[ແກ້ໄຂ]
ແຄນ ແມ່ນເຄື່ອງດົນຕີ ອຳມະຕະຂອງຊາວລາວ ເຊິ່ງເປັນສິ່ງຕິດພັນຢ່າງສະໜິດແໜ້ນກັບຊີວິດຂອງຄົນລາວ. ແຄນສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດອັນ ແຄນຍັງກ່ອມຈິດໃຈໃຫ້ຄົນຄິດຮອດບ້ານເກົ່າເມືອງຫຼັງ ແລະ ເຮັກໃຫ້ຄິດຮອດບ້ານທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດຜູ້ເຖົ້າຜູ້ແກ່ເມື່ອໄດ້ຟັງສຽງແຄນລາວຕ່າງໆ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ. ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດໄວ້ຢ່າງຄັກແນ່.
ແຄນເຮັດດ້ວຍໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍວັດຖຸ 4 ຢ່າງ ແມ່ນໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼື ເງີນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ. ແຄນມີ 4 ຊະນິດ ຄື: (1) ແຄນຫົກ ເປັນແຄນສຳ່ນ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີ ສຽງນຳກັນ 5 ສຽງຄື ຟາ-ຊອນ-ລາ-ໂດ-ເຣ; (2) ແຄນເຈັດ ເປັນແຄນສຳ່ກາງມີລູກຂ້າງລະ 7 ລູກ, ແຄນສຳ່ກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ; (3) ແຄນແປດ ເປັນແຄນສຳ່ກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ ໃຊ້ສຳລັບເປົ່າດ່ຽວໂດຍປະສົບປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມໃຊ້ຫຼາຍກວ່າໝູ່; (4) ແຄນເກົ້າ ເປັນແຄນທີ່ມີລູກຂ້າງລະເກົ້າ ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມໃຊ້ເປົ່າໃສ່ລຳໂສມ, ສີພັນດອນ, ລຳພື້ນເມືອງ, ລຳນິທານເກົ່າແກ່ ໃນປະຈຸບັນໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນບາງເຂດກໍມີການຂັບງັບບຸນປະເພນີດ້ວຍສຽງແຄນຢູ່.
ອາຫານລາວ[ແກ້ໄຂ]
- ເບິ່ງຕື່ມຢູ່ ອາຫານລາວ
ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.
ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ(ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.
ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້[໒][໔][໕] ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ[໖] ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.
ສະບາຍດີທຸກໆ ທ່ານ ຂ້າພະເຈົ້າເຫັນດີນຳຄຳວ່າອາຫານລາວ ແຕ່ວ່າຢາກມີຄຳເຫັນຢູ່ບ່ອນວ່າ "ຮູບພາບ ທີ່ບອກວ່າລາບ ນັ້ນ ໃນຈານບໍ່ແມ່ນລາບ ເພາະວ່າ ມີນໍ້າຫຼາຍໂພດ ແລະ ອອກແນວແບບຕ່າງປະເທດໂພດ ຖ້າເປັນລາບຂອງຄົນລາວ ຄົນລາວ ຕ້ອງເບີ່ງອອກໂລດ" ຂອບໃຈ.
ການແບ່ງເຂດການປົກຄອງ[ແກ້ໄຂ]
| ຊື່ | ຊື່ອັງກິດ | ເມືອງເທດສະບານ | ພື້ນທີ່ (km²) | ປະຊາກອນ (ປີ ຄ.ສ 2004) |
|---|---|---|---|---|
| 1. ແຂວງອັດຕະປື | Attapu | ເມືອງສາມັກຄີໄຊ | 10,320 | 121,320 |
| 2. ແຂວງບໍ່ແກ້ວ | Bokeo | ເມືອງຫ້ວຍຊາຍ | 6,196 | 157,422 |
| 3. ແຂວງບໍລິຄຳໄຊ | Bolikhamxai | ເມືອງປາກຊັນ | 14,863 | 248,378 |
| 4. ແຂວງຈຳປາສັກ | Champasak | ເມືອງປາກເຊ | 15,415 | 634,756 |
| 5. ແຂວງຫົວພັນ | Houaphan | ເມືອງຊຳເໜືອ | 16,500 | 302,809 |
| 6. ແຂວງຄຳມ່ວນ | Kammouan | ເມືອງທ່າແຂກ | 16,315 | 360,304 |
| 7. ແຂວງຫຼວງນ້ຳທາ | Louang Namtha | ເມືອງຫຼວງນ້ຳທາ | 9,325 | 156,667 |
| 8. ແຂວງຫຼວງພະບາງ | Louang Phabang | ເມືອງຫຼວງພະບາງ | 16,875 | 431,439 |
| 9. ແຂວງອຸດົມໄຊ | Oudomxai | ເມືອງໄຊ | 15,370 | 285,874 |
| 10. ແຂວງຜົ້ງສາລີ | Phongsali | ເມືອງຜົ້ງສາລີ | 16,270 | 172,286 |
| 11. ແຂວງສາລະວັນ | Salavan | ເມືອງສາລະວັນ | 10,691 | 349,478 |
| 12. ແຂວງສະຫວັນນະເຂດ | Savannakhet | ເມືອງໄກສອນ ພົມວິຫານ | 21,774 | 874,660 |
| 13. ນະຄອນຫຼວງວຽງຈັນ | Vientian Capital | ນະຄອນຫຼວງວຽງຈັນ (ປະກອບດ້ວຍເມືອງຈັນທະບູລີ,ສີສັດຕະນາກ, ເມືອງໄຊເສດຖາ, ເມືອງສີໂຄດຕະບອງ ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ) | 3,920 | 740,010 |
| 14. ແຂວງວຽງຈັນ | Vientian | ເມືອງໂພນໂຮງ | 22,554 | 454,660 |
| 15. ແຂວງໄຊຍະບູລີ | Xaignabouli | ເມືອງໄຊຍະບູລີ | 16,389 | 360,195 |
| 16. ແຂວງເຊກອງ | Xekong | ເມືອງລະມາມ | 7,665 | 92,624 |
| 17. ແຂວງຊຽງຂວາງ | Xiangkouang | ເມືອງແປກ(ໂພນສະຫວັນ) | 16,358 | 257,683 |
| 18. ແຂວງໄຊສົມບູນ | Xaysomboun | ເມືອງອານຸວົງ(ຊື່ເກົ່າ:ໄຊສົມບູນ) | 8,500 | 81,800 |
ໃນວັນທີ່ 27 ກຸມພາ ຄ.ສ. 2006 ໄດ້ມີການຍຸບເຂດພິເສດໄຊສົມບູນ ໝາຍເລກ 13 ໃນແຜນທີ່ ຢ່າງເປັນທາງການ ອີງຕາມດຳລັດນາຍົກລັດຖະມົນຕີທີ 10/ນຍ. ລົງວັນທີ່ 13 ມັງກອນ ຄ.ສ. 2006 ໂດຍເມືອງທ່າໂທມ ຖືກລວມເຂົ້າກັບ ແຂວງຊຽງຂວາງ ແລະ ເມືອງໄຊສົມບູນຖືກລວມເຂົ້າກັບ ແຂວງວຽງຈັນ.
ຕໍ່ມາໃນວັນທີ 31 ທັນວາ ປີ2013 ໄດ້ຈັດຕັ້ງແຂວງໃໝ່ໃນບໍລິເວນທີ່ເຄີຍເປັນເຂດພິເສດໄຊສົມບູນ ກັບສອງໝູ່ບ້ານຈາກເມືອງວັງວຽງໃນແຂວງວຽງຈັນ ໂດຍໃສ່ຊື່ວ່າ "ແຂວງໄຊສົມບູນ" ມີ 5 ເມືອງໄດ້ແກ່ ເມືອງອານຸວົງ (ຊື່ເກົ່າ: ໄຊສົມບູນ), ເມືອງຫົ່ມ,ເມືອງທ່າໂທມ,ເມືອງລ້ອງຊານ, ເມືອງລອງແຈ້ງ.
ວັນສຳຄັນ[ແກ້ໄຂ]
| ວັນທີ | ຊື່ | ໝາຍເຫດ | |
|---|---|---|---|
| 1 ມັງກອນ | ບຸນປີໃໝ່ສາກົນ | ວັນພັກທາງລັດຖະການ | |
| 20 ມັງກອນ | ວັນສ້າງຕັ້ງກອງທັບ | ວັນພັກທາງລັດຖະການ | |
| ປາຍເດືອນມັງກອນ/ຕົ້ນເດືອນກຸມພາ | ວັນກຸດຈີນ ແລະ ກຸດຫວຽດ | ວັນຂື້ນປີໃໝ່ຂອງຄົນຈີນ ແລະ ຫວຽດນາມຕາມປະຕິທິນຈັນທະຄະຕິປະເທດລາວຂ້ອນຂ້າງໃຫ້ຄວາມສຳຄັນກັບວັນນີ້ ເພາະວ່າລາວເຮົາມີຄວາມສຳພັນໃກ້ຊິດກັບຫວຽດນາມ ແລະ ຈີນ. ມີຄົນຫວຽດນາມ
ແລະ ຄົນຈີນ ຫຼາຍສົມຄວນເຂົ້າມາອາໃສຢູ່ໃນປະເທດລາວ
| |
| ກຸມພາ | ມາຄະບູຊາ ບຸນວັດພູ ແລະ ບຸນພະທາດສີໂຄດຕະບອງ | ຂື້ນກັບປະຕິທິນຈັນທະຄະຕິ | |
| ກຸມພາ | ບຸນເຂົ້າຈີ່ | ຂື້ນກັບປະຕິທິນຈັນທະຄະຕິເປັນບຸນທີ່ຈັດຂື້ນຫຼັງຈາກເກັບກ່ຽວສຳເລັດແລ້ວ | |
| ມີນາ | ບຸນພະເວດ | ນິຍົມກັນຈັດໃນເດືອນ 4 ຕາມປະຕິທິນຈັນທະຄະຕິຂອງລາວ | |
| 8 ມີນາ | ວັນແມ່ຍິງສາກົນ | ວັນພັກທາງລັດຖະການ | |
| 22 ມີນາ | ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ | ວັນພັກທາງລັດຖະການ | |
| ເມສາ ປະມານວັນທີ 14-16 | ບຸນປີໃໝ່ລາວ | ມື້ທຳອິດຂອງວັນປີໃໝ່ເອີ້ນວ່າ ວັນສັງຂານລ່ວງ ມື້ທີສອງເອີ້ນວ່າ ວັນເນົາ ມື້ທີ່ສາມເອີ້ນວ່າ ວັນສັງຂານຂື້ນ ບາງປີມີວັນເນົາ 2 ວັນ
ເຮັດໃຫ້ເລີ່ມບຸນວັນທີ 13-16 ກໍມີ ຫຼື ບາງປີກໍເລີ່ມ ວັນທີ 14-17 ກໍມີ ແລ້ວແຕ່ການຄຳນວນຕາມປະຕິທິນຈັນທະຄະຕິຂອງລາວ ແລະ ເປັນວັນພັກທາງລັດຖະການ
| |
| 1 ພຶດສະພາ | ວັນກຳມະກອນສາກົນ | ວັນພັກທາງລັດຖະການ | |
| ພຶດສະພາ | ວັນວິສາຂະບູຊາ | ຂື້ນກັບປະຕິທິນຈັນທະຄະຕິ | |
| ພຶດສະພາ | ບຸນບັ້ງໄຟ | ມັກຈັດໃນເດືອນ 6 ຫຼືເດືອນ 7 ຕາມປະຕິທິນຈັນທະຄະຕິ ເປັນເທດສະການກ່ຽວກັບການຂໍຝົນ | |
| 1 ມິຖຸນາ | ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ | ເປັນວັນທີ່ລັດສົ່ງເສີມໃຫ້ປະຊາຊົນປູກຕົ້ນໄມ້ | |
| ກໍລະກົດ | ບຸນອາສາລະຫະບູຊາ | ຂື້ນກັບປະຕິທິນຈັນທະຄະຕິ | |
| ກໍລະກົດ | ບຸນເຂົ້າພັນສາ | ຂື້ນກັບປະຕິທິນຈັນທະຄະຕິ | |
| ສິງຫາ | ບຸນຫໍ່ເຂົ້າປະດັບດິນ | ຈັດຂື້ນໃນວັນແຮມ 14 ຄ່ຳເດືອນ 9 ຕາມປະຕິທິນຈັນທະຄະຕິ ເປັນການລະນຶກເຖິງຜູ້ທີ່ລ່ວງລັບໄປແລ້ວ | |
| ກັນຍາ | ບຸນຫໍ່ເຂົ້າສະຫຼາກ | ຈັດຂື້ນໃນວັນຂື້ນ 15 ຄ່ຳເດືອນ 10 ຕາມປະຕິທິນຈັນທະຄະຕິ | |
| 7 ຕຸລາ | ວັນຄູແຫ່ງຊາດ | ເປັນວັນລະນຶກເຖິງຄຸນຂອງຄູ (ນາຍຄູຄຳ) | |
| ຕຸລາ | ບຸນອອກພັນສາ | ສີ້ນສຸດລະດູຝົນ ມີການແຂ່ງເຮືອ ແລະ ໄຫຼເຮືອໄຟ (ມີທັງ ເຮືອໄຟໂຄກ ແລະ ເຮືອໄຟນ້ຳ) | |
| ພະຈິກ | ບຸນທາດຫຼວງ | ເປັນນະມັດສະການພະທາດຫຼວງວຽງຈັນ | |
| ພະຈິກ | ບຸນທອດກະຖິນ | ຈັດຂື້ນໃນເດືອນ 12 ຕາມປະຕິທິນຈັນທະຄະຕິ | |
| 2 ທັນວາ | ວັນຊາດ | ເປັນວັນສະຖາປະນາ ສ.ປ.ປ ລາວ ແລະ ວັນພັກທາງລັດຖະການ | |
| 31 ທັນວາ | ວັນສີ້ນປີ |

ไม่มีความคิดเห็น:
แสดงความคิดเห็น