วันอาทิตย์ที่ 3 มิถุนายน พ.ศ. 2561

ປະເທດລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທຸງຊາດລາວເຄື່ອງໝາຍຊາດ ລາວ
ທຸງຊາດເຄື່ອງໝາຍຊາດ
ຄຳຂວັນ: "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ"
ເພງຊາດເພງຊາດລາວ
MENU
0:00
ແຜນທີ່ສະແດງທີ່ຕັ້ງຂອງປະເທດລາວ
ນະຄອນຫຼວງວຽງຈັນ
17°58′N 102°36′E
ເມືອງໃຫຍ່ສຸດວຽງຈັນ
ພາສາລັດຖະການພາສາລາວ
ລັດຖະບານຄອມໄມໂນ(communist)
 - ປະທານປະເທດບຸນຍັງ ວໍລະຈິດ
 - ນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ
 - ປະທານສະພາແຫ່ງຊາດທ່ານນາງ ປານີ ຍາທໍ່ຕູ້
ເອກະລາດ

ຈາກ ຝຣັ່ງ
 - ວັນທີ່19 ກໍລະກົດ 1949 
ພື້ນທີ່
 - ທັງໝົດ

 - ພື້ນນ້ຳ(%)

236.800 ກມ.² (ອັນດັບທີ 84)

91.429 ໄມລ໌²
2
ປະຊາກອນ
 - 2012ປະມານ
 - 1995
 - ປະຊາກອນ

6.500.000 (ອັນດັບທີ  104)

4.574.848
25/ກມ.² (ອັນດັບທີ 177)
65/ໄມລ໌² 
GDP (PPP)
 -ລວມ
 -ຕໍ່ປະຊາກອນ
2005ຄ່າປະມານ
12,547 ພັນລ້ານໂດລາສະຫະລັດ[໑](ອັນດັບທີ 129)
2.124 ໂດລາສະຫະລັດ (ອັນດັບທີ 138)
HDI (2010)0.543 (ອັນດັບທີ 138) – ປານກາງ
ສະກຸນເງິນກີບ ₭ (LAK)
ເຂດເວລາUTC (UTC+7)
ລະຫັດອິນເຕີເນັດ.la
ລະຫັດໂທລະສັບ+856
ສາທາລະນະລັ[໒]ດ ປະຊາທິປະໄຕ ປະຊາຊົນລາວ (ຄຳເຄົ້າ: ສາທາຣນຣັຖປຊາທິປຕັຍປຊາຊົນລາວ[໓]) ຫຼື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ 14 — 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວມີເນື້ອທີ່ທັງໝົດ 236.800 ຕາລາງກິໂລແມັດ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ຕັ້ງຢູ່ເຂດບົວໂມງທີ່ 7 ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ(505 ກິໂລແມັດ), ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ (535 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ (2.069 ກິໂລແມັດ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ (1.835 ກິໂລແມັດ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ (236 ກິໂລແມັດ), ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ.

ຄຳວ່າລາວ ໃນພາສາອັງກິດ[ແກ້ໄຂ]

ຄຳວ່າ "ລາວ" ທີ່ໝາຍເຖິງປະເທດລາວນັ້ນ, ມີຫຼາຍມູນເຫດດັ່ງນີ້:
  1. ຄຳວ່າລາວ ກຳເນີດເກີດຂຶ້ນມາພ້ອມໆກັບການກຳເກີດມີສັງຄົມລາວ ຫຼື ກຳເນີດເກີດຂຶ້ນພ້ອມໆກັບການກຳເນີດຄົນລາວ.
  2. ຄຳວ່າລາວ ອາດມາຈາກພາສາປາລີ ລາວຸ ເຊິ່ງໝາຍເຖິງໝາກນ້ຳເຕົ້າ
  3. ຄຳວ່າລາວ ອາດມາຈາກການເອີ້ນຊົນເຜົ່າລາວ ເຊິ່ງເປັນຊົນເຜົ່າດັ່ງເດີມ ດຳລົງຊີວິດຢູ່ກ່ອນມີປະເທດລາວ
  4. ຄົນລາວ ກຳເນີດຈາກຊົນເຜົ່ານຶ່ງຢູ່ແຂວງຢູນນ່ານ ເຊິ່ງມີນາມເດີມວ່າ ເກົ້າຫຼວງ (ມາຈາກຄຳວ່າ ເກົ້າຫຼົງ ເປັນມັງກອນ ຫຼື ນາກ ເກົ້າອົງ). ຕໍ່ມາໄດ້ຍ້າຍມາເລື້ອຍ ແລະ ຖືກເອີ້ນຊັ້ນໆວ່າ ຫຼວງ ແລະ ສຸດທ້າຍເປັນ ລາວ
  5. ແຕ່ກ່ອນ ຄົນທ້ອງຖິ່ນຈະຢູ່ຕາມລຳນ້ຳ, ສ່ວນຄົນລາວຍ້າຍແຕ່ພາກເໜືອມາຢູ່ ຈະອາໄສຢູ່ຕາມບ່ອນສູງກ່ວາ, ຄົນທ້ອງຖິ່ນເອີ້ນຄົນລາວທີ່ມາຢູ່ນີ້ ແມ່ນຄົນດາວ, ເພາະເວລາເບິ່ງຈາກລຸ່ມຂຶ້ນເທິງ ຈະຕິດພັນກັບດວງດາວຢູ່ທ້ອງຟ້າ
ໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເນື່ອງຈາກບໍ່ໃຫ້ສັບສົນກັບຄຳວ່າ "Lao ethnic group"

ພູມສັນຖານ[ແກ້ໄຂ]

ລັກສະນະພູມສັນຖານ[ແກ້ໄຂ]

ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ, ລວງຍາວຂອງປະເທດແຕ່ເໜືອຮອດໃຕ້ປະມານ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:
ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫຼຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງ​ແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫຼວງພະບາງ) ຍາວ 448 ກິໂລແມັດ, ນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫຼວງພະບາງ) ຍາວ 90 ກິໂລແມັດ.

ລັກສະນະພູມອາກາດ[ແກ້ໄຂ]

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15-30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.

ຊັບພະຍາກອນທຳມະຊາດ ແລະ ປ່າໄມ້[ແກ້ໄຂ]

ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວເຫຼັກຖ່ານຫີນຊືນທອງຄຳເງິນ,ມາດອັງຕີມອນແກ້ວປະເສີດ ແລະ ອື່ນໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 % ຂອງເນື້ອທີ່ທັງໝົດ, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງໄມ້ດູ່ໄມ້ເກດສະໜາໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫຼາຍເຊັ່ນ: ຄັ່ງຍານໝາກແໜ່ງຢາງແປກຫວາຍ, ຕົ້ນໄມ້ເປັນຢາ ແລະ ອື່ນໆ ນອກນັ້ນ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງເສືອໝີເມີຍກະທິງກວາງເຍືອງເສົາຫຼາ ໆລໆ.

ไม่มีความคิดเห็น:

แสดงความคิดเห็น

ປະເທດລາວ     ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸງຊາດ ເຄື່ອງໝາຍຊາດ ຄຳຂວັນ : "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອ...